ປະຫວັດຄວາມເປັນມາ - ສະຖາບັນການເງິນ ບີດີພີ

ປະຫວັດຄວາມເປັນມາ

ປະຫວັດຄວາມເປັນມາຂອງ ສກຈບ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ
ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ຫຼື ມີຊື່ຫຍໍ້ວ່າ “ສກຈບ ບີດີພີ” ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 11/11/2015 ຕາມໃບອານຸຍາດດຳເນີນທຸລະກິດ ສະບັບເລກທີ 75/ກຄສງ, ທະນາຄານແຫ່ງ ສປປ ລາວ. ສກຈບ ບີດີພີ ໄດ້ດໍາເນີນທຸລະກິດ ບົນພື້ນຖານ ການອໍານວຍຄວາມສະດວກ, ຄວາມຮຽກຮ້ອງຕ້ອງການ ທາງດ້ານການເງິນ ແລະ ແຫຼ່ງທຶນ ເຂົ້າໃນການພັດທະນາເສດຖະກິດ ເປັນຕົ້ນແມ່ນ ທຸລະກິດຂະໜາດນ້ອຍ-ຂະໜາດກາງ, ປະຊາຊົນຜູ້ທີ່ມີລາຍໄດ້ໜ້ອຍ, ຊາວຄ້າຂາຍລາຍຍ່ອຍ, ຜູ້ຜະລິດກະສິກຳ ແລະ ຜູ້ທີ່ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້. ໂດຍສະເພາະກໍ່ໄດ້ເນັ້ນໃສ່ ຜູ້ທີ່ມີຄວາມຄິດສ້າງສັນ, ເຮັດແທ້ທຳຈິງ ແລະ ຜູ້ຕ້ອງການ ເລີ່ມເຮັດທຸລະກິດໃໝ່ໆ.
ໃນນັ້ນ, ບຸກຄະລາກອນຂອງ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ​ແມ່ນ​ປະກອບ​ມີ​ອຳນວຍ​ການ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ທີ່ມີການ​ສຶກສາ​ສູງ ລະດັບປະລິນຍາ​ໂທ ​ຈາກ​ຕ່າງປະ​ເທດ. ພ້ອມ​ນັ້ນ, ສະພາ​ບໍລິຫານແມ່ນ​ຍັງ​ປະກອບ​ມີ​ຜູ້​ຊົງ​ວຸດ​ທິທີ່​ມີ​ຄວາມ​ຮູ້ ​ແລະ ປະສົບ​ການ​ທາງ​ດ້ານ​ການ​ເງິນ​ ການ​ທະນາຄານ ແລະ ການເງິນຈຸລະພາກ, ພະນັກງານ​ແມ່ນ​ມີ​ປະສົບ​ປະການ​ ໃນ​ການ​ບໍລິຫານ ​ແລະ ດຳ​ເນີ​ນທຸລະ​ກິດການ​ເງິນ​ຈຸ​ລະ​ພາກ​ມາ​ກ່ອນ. ເຖິງຢ່າງໃດກໍ່ຕາມ, ທາງສະຖາບັນຂອງພວກເຮົາ ຍັງມີຄວາມໂດດເດັ່ນ ແລະ ໄດ້ໃຫ້ຄວາມສຳຄັນເປັນອັນດັບໜຶ່ງ ໃນການເອົາໃຈໃສ່ ພັດທະນາບຸກຄະລາກອນຂອງອົງກອນ ໃຫ້ມີຄວາມເປັນ ມືອາຊີບ ແລະ ເພີ່ມຂີດຄວາມຮູ້ ຄວາມສາມາດ ເພື່ອພັດທະນາບຸກຄະລາກອນໃຫ້ມີຄຸນນະພາບ ໃນການດຳເນີນ ວຽກງານ ໃຫ້ບັນລຸຕາມຄາດໝາຍ.

ເພື່ອເປັນການມີສ່ວນຮ່ວມໃນ ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນສ່ວນໜຶ່ງໃນການຫຼຸດຜ່ອນ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສກຈບ ບີດີພີ ໄດ້ມີນະໂຍບາຍສິນເຊື່ອ ໃຫ້ກັບພະນັກງານ ທັງພາກລັດ ແລະ ເອກະຊົນ, ສິນເຊື່ອເພື່ອພັດທະນາ ທີ່ເໝາະສົມ ແລະ ເປັນບູລິມາສິດ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ, ຜູ້ປະກອບການທີ່ເລີ່ມຕົ້ນເຮັດທຸລະກິດໃໝ່, ຜູ້ປະກອບການທີ່ຕ້ອງການຜັນຂະຫຍາຍ ກິດຈະການຂອງຕົນໃຫ້ມີ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຍັງເນັ້ນໜັກໃນການໃຫ້ບໍລິການທີ່ດີ, ວ່ອງໄວທັນໃຈ, ໂປ່ງໃສ, ສະດວກສະບາຍ ພ້ອມຍັງ ໃຫ້ຄຳແນະນຳປຶກສາ ໃນການລົງທຶນໃຫ້ແກ່ຜູ້ທີ່ສົນໃນສ້າງທຸລະກິດໃໝ່ອີກດ້ວຍ.



Previous
Next Post »

ສອບຖາມຂໍ້ມູນໂທ:(021)316505-7,ແຟັກ:(021)316506